ມື້ 01 |
ວຽງຈັນ-ໜອງຄາຍ-ຊ່ອງຊະງຳ-ສຽມຣາດ |
07:30ມ |
- ຮັບແຂກທີ່ຈຸດນັດພົບຈຸດດຽວ ໃນນະຄອນຫລວງວຽງຈັນອອກເດີນທາງສູ່ດ່ານຂົວມິດ ຕະພາບ ໄທ-ລາວ
|
09:00ມ |
- ອອກເດີນທາງຈາກຈັງຫວັດໜອງຄາຍ ມຸ້ງໜ້າສູ່ດ່ານຊ່ອງຊະງຳຊາຍແດນ ໄທ - ກຳປູເຈຍ
|
12:00ມ |
- ແວະຮັບປະທານອາຫານທ່ຽງຢູ່ພັດຕະຄານຮ້ານເຕີມນ້ຳມັນປຕທມະຫາສາລະ ຄາມ.ແລ້ວເດີນທາງຕໍ່ສູ່ດ່ານເຊີ່ງຈະມີພະນັກງານຄອຍຕ້ອນຮັບ ແລະອຳນວຍ ຄວາມສະດວກໃນການ ຜ່ານດ່ານໄທ-ກຳປູເຈຍ ຈັງຫວັດ ສີສະເກດ ແລ້ວເດີນ ທາງດ້ວຍລົດປັບອາກາດຂອງບໍລິສັດກຳປູເຈຍໄປຍັງເມືອງສຽມຣາດ-ປະເທດ ກຳປູເຈຍ
|
20:00ມ |
- ເຂົ້າພັກໂຮງແຮມໃນຕົວເມືອງເພື່ອທຳທຸລະສ່ວນຕົວກ່ອນ.ຫລັງຈາກນັ້ນ, ຮັບປະ ທານອາຫານຄ່ຳຢູ່ຮ້ານອາຫານໃນຕົວເມືອງແລ້ວກັບທີ່ພັກເດີມເພື່ອພັກຜ່ອນຕາມ ອັດທະຍາໄສ.
|
ມື້ 02 |
ສຽມຣາດ-ບັນທາຍສີ-ຕາພົມ-ນະຄອນວັດ-ນະຄອນທົມ-ພະນົມບາເຄັງ |
07:30ມ
|
- ຫລັງອາຫານເຊົ້າຢູ່ໂຮງແຮມ, ນຳພາທ່ານໄປຊົມ ຫໍປະສາດບັນທາຍສີ ເຊື່ງ ເປັນປະສາດຫີນສີຊົມພູ ເທວະສະຖານຮີນດູໄສວະນິກາຍດ້ານ ຕົວປະສາດ ນັ້ນສ້າງຂື້ນເທິງຮາບພຽງ ເປັນຮູບພຣະອິນຊົງຊ້າງ ເອຣາວັນ ທີ່ສວຍງາມທີ່ສຸດ ໃນດ້ານຈິດຕະກຳ ຄວັດລາຍລະບາຍສີຂອງ ອານາຈັກຂອມບູຮານ.
|
10:00ມ |
- ນຳທ່ານໄປຊົມຫໍປະສາດຕາພົມເຊີ່ງເປັນວັດໃນສະໄໝພຸດທະການ ທີ່ລວບລວມ ຫໍປະສາດ ໄວ້ເຖີງ 24 ຫລັງຕັ້ງຢູ່ກາງປ່າແລະມີຮາກໄມ້ໃຫຍ່ໂອບອ້ອມເທວະສະ ຖານຢ່າງໜ້າ ມະຫັດສະຈັນ.ສະຖານທີ່ແຫ່ງນີ້ຖືກສ້າງຂື້ນຢ່າງຊັບຊ້ອນເໝືອນດັ່ງ ເຂົາວົງກົດທີ່ມີໝູ່ສັດນາໆພັນໃຫ້ທ່ານໄດ້ຊົມຢ່າງເພີດເພີນໃຈ.
|
12:00ມ |
- ຮັບປະທານອາຫານທ່ຽງຢູ່ຮ້ານອາຫານໃນຕົວເມືອງ
- ຫລັງອາຫານ,ທ່ຽວຊົມຫໍປະສາດນະຄອນທົມ ຊົມຄວາມສວຍງາມ ແລະ ສິ່ງມະ ຫັດສາຈັນຂອງປະ ສາດ-ບູຮານສະຖານຕ່າງໆເຊັ່ນ ປະສາດປັກສີ ແລະ ສະພານ ນາຄະຣາດ ເປັນຫລັກສີລາ ມີລັກສະນະສະເພາະ.ປະສາດນີ້ປຽບ ເໝືອນເມືອງໃຫຍ່ ເຊີ່ງມີ ປະສາດບາຍົນ ເປັນສູນກາງແຫ່ງ ພຣະນະຄອນຂອງ ຂະເໝນ ສະໄໝບູຮານນະການ ແລະ ມີຮູບແກະສະຫລັກ ພຣະໂພທິສັດ ຂະໜາດໃຫຍ່ເຖີງ 54 ຍອດ. ທຸກໆຫລັງຈະແກະຮູບ ເທວະດາຈະຕຸລະພັກ 4 ໜ້າ ເຊີ່ງຫັນອອກເພື່ອທອດພະເນດ ເບີ່ງແຍງສຸກ-ທຸກ ຂອງປະຊາຊົນທັງ 4 ທິດ. ຫລັງຈາກນັ້ນ, ນຳພາທ່ານ ເຂົ້າກາບໄຫວ້ນະມັດສະການ ພຣະໄຊຍ໌ພຸດທະມະ ຫານາຄະ ເຊີ່ງເປັນ ພຣະພຸດທະຮູບນາຄະ ປົກສີລາຂະໜາດໃຫຍ່ ແລະ ທ່ານຍັງຈະໄດ້ຊົມບໍ່ນ້ຳບູຮານທີ່ຊາວບ້ານເອີ້ນວ່າ ”ບໍ່ບຸນ,ບໍ່ວາດສະໜາ”ເຊີ່ງ ນ້ຳນີ້ຈະຖືກນຳໄປໃຊ້ ໃນພິທີບໍຣົມຣາຊະພິເສກ ຂອງກະສັດທຸກພຣະອົງ ແລະ ຢູ່ຕາມຝາຜະໜັງ(ກຳແພງ) ຍັງມີຮູບແກະສະຫລັກ ເລົ່າເລື່ອງວິຖີການດຳລົງຊີວິດ ປະຈຳວັນ ແລະ ການຕໍ່ສູ້ອັນຫຍິ່ງໃຫຍ່ຂອງຊາວຂະເໝນໃນອາ ດິດຕະການ.
- ນຳພາທ່ານໄປຊົມ ນະຄອນວັດ ເປັນປະສາດທີ່ຊາວໂລກຮັບຮູ້1ໃນ 7 ສະຖານ ທີ່ມະຫັດສະຈັນຂອງ ໂລກ ໃນນາມ “ ອັງກໍວັດ “ ເຊື່ງປຽບເໝືອນວິມານ ເໜືອເມກລົງມາປະດິດສະຖານບົນໂລກມະນຸດ ມີ ພື່ນທີ່ 1.250 ໄຮ່ ສ້າງໂດຍ ພຣະເຈົ້າ ສູຣິຍາ ວໍຣະມັນ ອົງທີ 2 ໃນສັດຕະວັດທີ XII.
|
|
|
|
|
17:00ມ |
- ນຳພາທ່ານຂື້ນຊົມ ພະນົມບາເຄັງ ຫລື ວະນັນກັນດານທີ່ຕັ້ງຂອງປະສາດນີ້ ປຽບເໝືອນສູນກາງ ແຫ່ງອຳນາດຂອງເມືອງ ຍະໂສທອນປຸຣະ ຂອງພຣະ ເຈົ້າຍະໂສ ວໍຣະມັນ ອົງທີ1 ເພື່ອບັນທຶກພາບ ພະອາທິດອັດສະດົງ ເໜືອບາຣາຍ ຕະວັນຕົກທີ່ສວຍງາມ ແລະ ທ່ານຍັງແລເຫັນ ພະນະຄອນ ໃນບັນຍາ ກາດເຫລືອງອາລ່າມສີທອງງົດງາມດັ່ງເມືອງນິລະມິດ.
|
19:00ມ |
- ຮັບປະທານອາຫານຄ່ຳຢູ່ຮ້ານອາຫານໃນເມືອງແບບບຸບເຟ່ ພ້ອມດຊົມ ການສະແດງ ຟ້ອນ ອັບສຣາ ພື້ນບ້ານຂອງ ກຳປູເຈຍ. ຫລັງຈາກນັ້ນ, ກັບທີ່ພັກເດີມ.
   |
|
|
ມື້ 03 |
ໂຕນເລຊາບ-ພິພິດຕະພັນສຽມຣຽບ-ໝູ່ບ້ານວັດທະນະທຳ |
08:00ມ |
- ຫລັງອາຫານເຊົ້າ,ນຳພາທ່ານເດີນທາງສູ່ ໂຕນເລຊາບ ເຊີ່ງເປັນບືງແມ່ນ້ຳຈືດທີ່ ໃຫຍ່ທີ່ ສຸດໃນ ອາຊີ ຕາວັນອອກຊ່ຽງໃຕ້ ແລ້ວເດີນທາງທ່ຽວຊົມ ໝູ່ບ້ານ ວັດທະນະທຳ ເບີ່ງການຈັກສານຜະລິດຕະພັນ.
|
12:00ມ |
- ຮັບປະທານອາຫານທ່ຽງ ທີຮ້ານອາຫານໃນເຂດ ໂຕນເລຊາບ
- ຫລັງອາຫານ, ນຳພາທ່ານ ຊ໋ອບປີ້ງຂອງທີ່ລະນືກຢູ່ ຕະຫລາດຕົ້ນໂພ ແລະ ຊົມ ພິພິດຕະພັນ ສຽມຣຽບ- ເຖີງເວລາຮັບປະທານອາຫານຄ່ຳ ທີ່ຮ້ານອາຫານໃນຕົວເມືອງ-ແລ້ວກັບທີ່ພັກເດີມ.
|
|
   |
|
|
ມື້ 04 |
ສຽມຣາດ-ຊ່ອງຊະງຳ-ໜອງຄາຍ-ວຽງຈັນ |
06:30ມ
|
- ຫລັງອາຫານເຊົ້າຢູ່ໂຮງແຮມ, ກັບສູ່ດ່ານ ຊ່ອງຊະງຳ ຕາມທາງເດີມ ແລະ ແວະ ຮັບປະທານອານ ຫານທ່ຽງ ທີ່ຮ້ານອາຫານລະຫວ່າງທາງ
|
16:00ມ |
- ເຖີງດ່ານໜອງຄາຍ ແລະ ກັບສູ່ ສປປລາວດ້ວຍຄວາມສະຫວັດດີພາບ.
|