ນະຄອນຫຼວງວຽງຈັນ - ພັດທະຍາ - ລະຍອງ 04 ມື້ 03 ຄືນ
ມື້ 01
|
ດ່ານວຽງຈັນ- ຂອນແກ່ນ -ຣະຍອງ |
|
15:00ມ
|
- ຮັບຄະນະທົວທີ່ຈຸດນັດພົບໃນນະຄອນຫລວງວຽງຈັນ ແລ້ວອອກເດີນທາງສູ່ຂົວມິດຕະ ພາບ ໄທ-ລາວ ຜ່ານການກວດຄົນເຂົ້າ-ອອກເມືອງແລ້ວ ມຸ້ງໜ້າສູ່ ຈັງຫວັດ ພັດທະຍາ ໂດຍຜ່ານ ໜອງຄາຍ-ອຸດອນທານີ.
|
| 18:30ມ |
- ໄດ້ເວລາອັນຄວນເຊີນທ່ານຮ່ວມຮັບປະທານອາຫານຄ່ຳທີ່ຮ້ານອາຫານເຕັກກໍຢູ່ອຳເພີ ພົນ ຈັງຫວັດ ຂອນແກ່ນ ຫລັງຈາກນັ້ນ ເດີນທາງຕໍ່ຈົນກວ່າຈະເຖີງຈຸດໝາຍ ຈັງຫວັດ ຣະຍອງ
|
| ມື້ 02 |
ຣະຍອງ: ພິພິດຕະພັນສັດນ້ຳ- ຕະຫລາດບ້ານແພ-ສວນສຸພັດທຣາແລນດ໌ |
|
06:00ມ
|
- ມາເຖີງຣະຍອງ,ແວະລ້າງໜ້າທີ່ປ້ຳນ້ຳມັນ ເພື່ອທຳທຸລະສ່ວນຕົວ ແລະ ຮັບປະທານອາຫານ ເຊົ້າທີ່ ຮ້ານອາຫານໃນເຂດນັ້ນ. ຫລັງຈາກນັ້ນ, ນຳພາທ່ານໄປທ່ຽວຊົມ ພິພິດຕະພັນສັດນ້ຳທາງທະເລ ແລ້ວຊອປປີ້ງທີ່ ຕະຫລາດບ້ານເເພ ເຊື່ງຢູ່ຕິດກັບທ່າເຮືອປະມົງ ແລະ ສະພານປາ ທີ່ສຳຄັນຂອງ ຈັງຫວັດນີ້ດ້ວຍ. ໃນເຂດບໍລິເວນທ່າເຮືອເປັນແຫລ່ງສິນຄ້າພື້ນເມືອງປະເພດຜະລິດຕະພັນອາຫານທະເລເຊັ່ນ: ນ້ຳປາ ກະປີ,ກຸ້ງແຫ້ງ, ປາໝືກແຫ້ງ ຊື່ງມີຫລາກຫລາຍລາຍການໄວ້ໃຫ້ທ່ານໄດ້ເລືອກຊື້ຕາມອັດທະຍາໄສ ເພື່ອເປັນເຄື່ອງຕ້ອນຂອງຝາກ.
|
| 12.00ມ |
- ເຊີ່ນທ່ານຮ່ວມຮັບປະທານອາຫານທ່ຽງທີ່ຮ້ານ………ເຊື່ງເປັນຮ້ານທີ່ມີຊື່ສຽງຂອງ ຣະຍອງຫລັງຈາກນັ້ນ,ນຳພາທ່ານທ່ຽວຊົມສວນໝາກໄມ້ສຸພັດທຣາແລນດ໌ ແລະ ທ່ານ ຍັງຈະໄດ້ຊີມລົດຊາດສົດອັນຫອມຫວານ ຂອງຜົນລະໄມ້ສົດໆຈາກຕົ້ນໃນສວນ ອັນກວ້າງໃຫຍ່ໄພສານແຫ່ງນີ້.
|
| 16.00ມ |
- ເດີນທາງກັບ, ເຂົ້າພັກທີ່ໂຮງແຮມໄກ້ທະເລເຊີ່ງທ່ານຫລີ້ນນ້ຳທະເລຕາມອັດທະຍາໄສ ກ່ອນຈະຮັບປະທານອາຫານຄ່ຳໃນເຂດທີ່ທີ່ພັກແຫ່ງນີ້-ພັກຜ່ອນຕາມອັດທະຍາໄສ.
|
| ມື້ 03 |
ຣະຍອງ-ພັດທະຍາ: ຊົມສວນນົງນຸດ-ເຂົາຊີຂັນ-ວັດຍານະ- ທິຟຟານີ່ໂຊ |
|
08:00ມ
12.00ມ
|
|
ຫລັງອາຫານເຊົ້າທີ່ໂຮງແຮມ ອອກເດີນທາງມຸ້ງໜ້າສູ່ພັດທະຍາເພື່ອຊົມ ສວນນົງນຸດ ເຊີ່ງເປັນສະຖານທີ່ ພັກຜ່ອນຢ່ອນໃຈເຕັມໄປດ້ວຍດອກໄມ້ນາໆຊະນິດ ໄວ້ໃຫ້ທ່ານໄດ້ເພີດເພີນກັບກິ່ນຫອມຫວນຊວນຊົມ. ນອກຈາກນັ້ນແລ້ວ, ທ່ານຍັງຈະໄດ້ຊົມການສະແດງສິລະປະວັດທະນະທຳໄທເຊັ່ນ: ການຟ້ອນລຳພື້ນເມືອງ, ສິລະປະການຕໍ່ສູ້ປ້ອງກັນຕົວ, ກິລາພື້ນບ້ານ ແລະ ການຄ້ອງຊ້າງທີ່ແສນຈະໜ້າຮັກ. ອິອິອິອິອິ. ຮັບປະທານອາຫານທ່ຽງທີ່ ສວນນົງນຸດ ກັບບັນຍາກາດທີ່ຊວນຊົມໃນການຈະເລີນອາຫານ. ຫລັງອາຫານ,ນຳພາທ່ານເຂົ້າພັກທີ່ໂຮງແຮມ ເພື່ອທຳທຸລະສ່ວນຕົວກ່ອນຈະອອກໄປສະໜຸກກັບການຫລີ້ນເຄື່ອງຕ່າງໆ ເຊັ່ນ ລົດໄຟລອຍ ຟ້າ, ຊີ້ງຊ້າສະຫວັນ ແລະລົງຫລີ້ນນ້ຳທະເລຕາມອັດທະຍາໄສ. |
|
.
|
| 18:00ມ |
- ຫລັງຈາກເອີບອີ່ມກັບກິດຈະກຳຕ່າງໆແລ້ວ, ນຳພາທ່ານຮ່ວມຮັບປະທານອາຫານຄ່ຳທີ່ພັດຕະຄານໝູນລອຍຟ້າຂອງໂຮງແຮມ ແບບບຸຟເຟ່ທ໌. ຫລັງຈາກນັ້ນນຳພາທ່ານຊົມທິຟຟານີໂຊວ໌ ແລ້ວທ່ານຈະເພີດ ເພີນກັບການສະແດງຄາບາເຣຕ໌ຂອງສາວປະເພດສອງ. ກັບທີ່ພັກເດີມ-ພັກຜ່ອນຕາມອັດທະຍາໄສ.
|
| ມື້ 04 |
ພັດທະຍາ- ໜອງຄາຍ- ນະຄອນຫລວງວຽງຈັນ |
|
08:00ມ
|
- ຫລັງອາຫານເຊົ້າທີ່ໂຮງແຮມ ເດີນທາງກັບສູ່ຈັງຫວັດໜອງຄາຍ ແລະ ແວະຮັບປະ ທານອາຫານທ່ຽງ ທີ່ຮ້ານອາຫານ ອຳເພີ ກະບິນບູຣີ. ຫລັງຈາກນັ້ນ, ເດີນທາງຕໍ່ຈົນກວ່າຈະເຖີງ ນະຄອນຫລວງວຽງຈັນໃນເວລາປະມານ 20.00ໂມງ ດ້ວຍຄວາມສະຫວັດດີພາບ.
|
| ຈຳນວນຄົນ |
06-10 |
12-16 |
18-22 |
24-28 |
30-40 |
| ລາຄາ / ຄົນ |
|
|
|
|
|
| ໂຮງແຮມ:.....ດາວ |
|
|
|
|
|
| ໝາຍເຫດ |
ໃຫ້ທ່ານບອກຈຳນວນຄົນ ແລະ ລະດັບໂຮງແຮມມາກ່ອນ ແລ້ວທາງພວກເຮົາຈະຄິດໄລ່ລາຄາທົວໃຫ້ແບບພິເສດສຸດໆ. |
| ລາຄາໃນໂປຣແກຣມລວມມີ |
ລາຄາບໍ່ລວມໃນໂປຣແກຣມ |
- ລົດປັບອາກາດແລະເຮືອ ນຳທ່ຽວຕາມລາຍການ
- ທີ່ພັກລະດັບໂຮງແຮມ:.......... ດາວ
- ບັດເຂົ້າຊົມແຫລ່ງທອ່ງທ່ຽວຕ່າງໆ
- ໄກດ໌ນຳທ່ຽວ ລາວ, ຫວຽດ
- ອາຫານຕາມທີລະບຸໄວ້
- ນ້ຳດື່ມ+ຜ້າເຍັນບໍລິການເທີງລົດ 1ຊຸດ/ຄົນ/ມື້
- ເຄື່ອງກິນ, ດື່ມ ທີ່ສັ່ງເອງ
- ລາຍຈ່າຍຕ່າງໆທີ່ບໍ່ໄດ້ລະບຸໄວ້
|
|
| ໂປຣແກຣມນຳທ່ຽວສາມາດປ່ຽນແປງໄດ້ຕາມຄວາມເໝາະສົມ |