ມື້ 01 |
ນະຄອນຫລວງວຽງຈັນ-ເມືອງວິ່ງ (499 ກມ) |
05:00ມ |
- ຮັບຄະນະທົວທີ່ຈຸດນັດພົບຈຸດດຽວໃນນະຄອນຫລວງວຽງຈັນແລ້ວອອກເດີນທາງມຸ້ງໜ້າສູ່ແຂວງສະຫວັນນາເຂດ ດ່ານຊາຍແດນລາວ-ຫວຽດ (ແດນສະຫວັນ-ລາວບາວ)
|
07:00ມ |
- ແວະຮັບປະທານອາຫານເຊົ້າທີ່ຮ້ານອາຫານ ບ້ານໄຮ່ ປາກງື່ມ ແລ້ວເດີນທາງຕໍ່ຈົນກວ່າຈະເຖີງ ຊາຍແດນລາວຫວຽດ ເຊີ່ງທ່ານຈະໄດ້ເພີດເພີນກັບທຳມະຊາດທີ່ສວຍງາມຕະຫລອດທາງ.
|
11:30ມ |
- ແວະຮັບປະທານອາຫານທ່ຽງທີ່ຮ້ານອາຫານເມືອງ ເຊໂນ ແຂວງສະຫວັນນາເຂດ
- ຫລັງອາຫານ,ເດີນທາງຕໍ່ສູ່ ເມືອງດາໜັງໂດຍຜ່ານດ່ານແດນສະຫວັນ-ລາວບາວ.
- ແລ້ວເດີນທາງຜ່ານເມືອງສຳຄັນຕ່າງໆທີ່ເຄີຍເປັນສະໝໍລະພູມສູ້ຮົບກັບທະຫານອາເມຣິກາໃນຊ້ວງສົງຄາມ ແລະ ຈະບໍ່ແປກໃຈເລີຍ ທີ່ຈະເຫັນສອງຝາກທາງເຕັມໄປດ້ວຍສຸສານຂອງນັກຮົບນິລະນາມ.
|
|
|
|
|
17:30ມ |
- ເຖີງເມືອງເຫວ້,ເຂົ້າພັກທີ່ໂຮງແຮມໃນຕົວເມືອງ,ຫລັງຈາກນັ້ນ ນຳພາທ່ານຮັບປະທານອາຫານຄ່ຳທີ່ຮ້ານອາຫານໃນຕົວເມືອງ ແລະ ທ່ານສາມາດຍ່າງເລາະຊ໊ອບປີ້ງໄດ້ຕາມສະບາຍ
|
ມື້ 02 |
ເມືອງເຫວ້-ດາໜັງ |
08:00ມ |
- ຫລັງຮັບປະທານອາຫານເຊົ້າ, ນຳຄະນະທົວອອກເດີນທາງໄປນະມັດສະການ ວັດທຽນໝູ່ ທີ່ມີເຈດີ 07 ຊັ້ນ ພ້ອມຊົມ ພາຫະນະຂອງ ພຣະອໍຣະຫັນ ”ຕິດກວາງດຶກ” ທ່ານໃຊ້ລົດ ຄັນນີ້ໄປ ເມືອງໄຊງ່ອນເພື່ອຕໍ່ຕ້ານກັບສາດສະໜາຄຣິສຕ໌ ໂດຍການໃຊ້ນຳມັນລາດໃສ່ຕົວແລ້ວເຜົາຕົວເອງຕາຍໃນທ່ານັ່ງສາມາທິ ເຊີ່ງມີພາບໄວ້ໃຫ້ທ່ານໄດ້ຊົມຢູ່ວັດແຫ່ງນີ້.ຫລັງຈາກນັ້ນ ໄປຊົມພຣະລາດຊະວັງໄດໂນ້ຍ ທີ່ມີອະດີດ ພຣະຈັກກະພັດປົກ ຄອງເຖີງ ພຣະອົງດ້ວຍຄວາມກວ້າງເຖີງ ກມ ແລ້ວເດີນທາງໄປຊົມສານໄຄດິນທີ່ໃຫຍ່ທີ່ສຸດ.
|
12.00ມ |
- ຮັບປະທານອາຫານທ່ຽງທີ່ຮ້ານອາຫານ
|
|
ຫລັງຈາກນັ້ນ, ເດີນທາງສູ່ ເມືອງດາໜັງ ເຊີ່ງຈະຕ້ອງໄດ້ລອດອຸບມຸງໃຫຍ່ຍາວປະມານ6.280 ມ ແລະ ແວະຊົມຫມູ່ບ້ານໜອງເໜືອກທີ່ແກະສະລັກຫີນອ່ອນເປັນຜະລິດຕະພັນຫລັກ. |
18:00ມ |
- ມາເຖີງເມືອງດາໜັງ,ໃຫ້ທ່ານໄດ້ຫລີ້ນນ້ຳທະເລ ສົມດັ່ງໃຈຕາມອັດທະຍາໄສ ກັບບັນຍາກາດທີ່ແສນຈະໂຣແມນຕິກ.ກັບຂື້ນຝັ່ງເພື່ອຮັບປະທານອາຫານຄ່ຳທີ່ຮ້ານອາຫານແຄມ ທະເລ. ຫລັງຈາກນັ້ນ,ຊົມຕົວເມືອງຍາມລາຕີເບີ່ງວິຖີຊີວິດດັ້ງເດີມຂອງຊາວເມືອງດາໜັງ ທີ່ມີເອກະລັກສະເພາະ ເໝືອນຍ້ອນຍຸກໄປໃນຫລາຍໆຮ້ອຍປີຜ່ານມາ. ເຂົ້າພັກທີ່ໂຮງແຮມ.
|
ມື້ 03 |
ເມືອງດາໜັງ-ໂຮ່ຍອານ-ເຫວ້ |
07:00ມ |
- ຫລັງອາຫານເຊົ້າ,ນຳພາຄະນະທົວເດີນທາງສູ່ ໂຮ່ຍອານ ເມືອງມໍລະດົກໂລກຍ່ານການຄ້າຂອງຊາວຈີນ ມີສະພານຍີ່ປຸ່ນ ທີ່ເກົ່າແກ່ເຖີງ400ປີ ພ້ອມທັງຊົມ ໂຮງງານຜະລິດ ເຄື່ອງຫັກຖະກຳບ້ານບູຮານທີ່ແສນສວຍແລະປານີດສຸດໆຂອງ ຫວຽດນາມ,ແລ້ວເດີນທາງກັບສູ່ ດາໜັງ ແລະແວະຊົມຫໍພິພິດຕະພັນຈາມທີ່ລວບລວມວັດຖຸບູຮານຂອງ ຊາວຈາມທີ່ມີອິດພິພົນໃນຫວຽດນາມກາງຊ້ວງສະໄໝບູຮານ.
|
12.00ມ |
- ຮັບປະທານອາຫານທ່ຽງທີ່ຮ້ານອາຫານໃນຕົວເມືອງດາໜັງ
|
|
ຫລັງອາຫານ, ເດີນທາງກັບສູ່ເມືອງ ເຫວ້. ຕະຫລອດການເດີນທາງ ທ່ານຈະໄດ້ເພີດເພີນກັບເສັ້ນທາງແຫ່ງ ເມກໝອກປົກຄຸມເປັນໄລຍະ ແລະ ແວະຊົມວິວຫາດລັງໂຄແລະທະເລຈີນຕອນໃຕ້ທີ່ທອດຍາວຕາມສາຍທາງ. |
|
- ເຖີງເມືອງເຫວ້,ຍ່າງເລາະຊ໊ອບປີ້ງທີ່ຕະຫລາດ ດອງບາທີ່ເປັນສູນການຄ້າໃຫຍ່ໃຫ້ທ່ານໄດ້ເລືອກຊື້ຜະລິດຕະພັນນາໆຊະນິດໄດ້ຕາມອັດທະຍາໄສ.
|
18:00ມ |
- ຮັບປະທານອາຫານຄ່ຳທີ່ຮ້ານອາຫານໃນຕົວເມືອງ
- ຫລັງຈາກນັ້ນ,ລົງລ່ອງເຮືອມັງກອນ ຕາມແມ່ນ້ຳຫອມ ສຳຜັດກັບບັນຍາກາດຊາວວັງສະໄໝກ່ອນພ້ອມຊົມການຟ້ອນລຳປະສານກັບສຽງເພງ ເໝືອນກັບບັນເລງໃຫ້ພຣະເຈົ້າຈັກກະພັດຊົມໃນອະດິດຕະການ- ເຂົ້າພັກທີ່ໂຮງແຮມ ຫລືຈະທ່ຽວຊົມຕົວເມືອງ ຍາມລາຕີຕາມອັດທະຍາໄສ.
|
|
|
ມື້ 04 |
ເຫວ້- ສະຫວັນນາເຂດ-ນະຄອນຫລວງວຽງຈັນ |
05:00ມ |
- ຫລັງອາຫານເຊົ້າ,ນຳຄະນະທົວເດີນທາງກັບສູ່ ນະຄອນຫລວງວຽງຈັນຕາມເສັ້ນທາງເດີມ ຕະຫລອດການເດີນທາງ ທ່ານຈະໄດ້ຊົມຄວາມງາມຂອງທຳມະຊາດ ແລະ ວິຖີການດຳລົງຊີວິດຂອງ ປະຊາຊົນບັນດາເຜົ່າໃນແຕ່ລະເຂດທີ່ແຕກຕ່າງກັນ ແວະນະມັດສະການ ພຣະທາດອິງຮັງ ເຊີ່ງເປັນພຣະທາດທີ່ບັນຈຸ ພຣະບໍຣົມສາຣີຣິກກະທາດ ແລະ ທັງເປັນພຣະທາດທີ່ສັກສິດຄູ່ບ້ານຄູ່ເມືອງຂອງ ສະຫວັນນາເຂດມາຍາວນານ.
|
12.00ມ |
- ແວະຮັບປະທານອາຫານທ່ຽງທີ່ຮ້ານອາຫານເມືອງພີນ
- ເດີນທາງຕໍ່ຈົນກວ່າຈະເຖີງ ນະຄອນຫລວງວຽງຈັນ ແລະ ສົ່ງຄະນະທົວທີ່ຈຸດເດີມດວ້ຍ ຄວາມສະຫວັດດີພາບ.
|
|
|