ມື້ 01 |
ນະຄອນຫລວງວຽງຈັນ-ເມືອງວິ່ງ (499 ກມ) |
05:00ມ |
- ຮັບຄະນະທົວທີ່ຈຸດນັດພົບຈຸດດຽວໃນນະຄອນຫລວງວຽງຈັນແລ້ວອອກເດີນທາງມຸ້ງໜ້າສູ່ ເມືອງ ປາກຊັນ-ຫລັກຊາວ ດ່ານຊາຍແດນລາວ-ຫວຽດ (ນ້ຳພ້າວ-ເກົ໋າແຈວ)
|
07:00ມ |
- ແວະຮັບປະທານອາຫານເຊົ້າທີ່ຮ້ານອາຫານ ບ້ານໄຮ່ ປາກງື່ມ ແລ້ວເດີນທາງຕໍ່ຈົນກວ່າ ຈະເຖີງຫລັກຊາວ ແລະ ແວະຮັບປະທານອາຫານທ່ຽງທີ່ຮ້ານອາຫານ ເມືອງ ຫລັກຊາວ.
- ຫລັງອາຫານ,ເດີນທາງຕໍ່ສູ່ ເມືອງວິ່ງ ໂດຍຜ່ານດ່ານ ນ້ຳພ້າວ-ເກົ໋າແຈ໋ວ.
|
|
|
17:30ມ |
- ເດີນທາງເຖີງເມືອງວິ່ງ-ແວະຮັບປະທານອາຫານຄ່ຳທີ່ຮ້ານອາຫານໃນຕົວເມືອງແລ້ວເຂົ້າພັກທີ່ໂຮງແຮມຕາມອັດທະຍາໄສ.
|
ມື້ 02 |
ເມືອງວິ່ງ-ຮາລອງເບ (399 ກມ) |
08:00ມ |
- ຫລັງຮັບປະທານອາຫານເຊົ້າ,ນ້ຳຄະນະທົວອອກເດີນທາງທ່ຽວຊົມ ບ້ານເກີດຂອງທ່ານປະທານ ທີ່ແສນຮັກແລະ ຍືນຍົງຕະຫລອດການ”ໂຮ່ຈິມິນ”ຫລັງຈາກນັ້ນ,ຂັບຂື້ນເໜືອຂອງປະເທດສູ່ ເມືອງຮາລອງເບເຊີ່ງເປັນ ແຂວງໜື່ງທີ່ຫ່າງຈາກຊາຍແດນຂອງ ສປຈີນ ພຽງແຕ່200 ກມ. ຮາລອງເບໄດ້ຂື້ນຊື່ເປັນເມືອງມໍລະດົກທາງດານທຳມະຊາດທີ່ສວຍງາມດ້ວຍໝູ່ເກາະດອນນ້ອຍໃຫຍ່ຫລາຍກວ່າໜ່ວຍຕັ້ງຢູ່ທ່າມກາງທະເລ.
|
12.00ມ |
- ຮັບປະທານອາຫານທ່ຽງທີ່ຮ້ານອາຫານລະຫວ່າງທາງ,
- ຫລັງຈາກນັ້ນ,ເດີນທາງຕໍ່ໄປສູ່ເມືອງງ່ອນກາຍເຂດ ຮ່າລອງເບ ເຊີ່ງທ່ານຈະໄດ້ຊົມຄວາມສວຍງາມທັດສະນິຍະພາບການປູກຝັງ ແລະຊີວິດການເປັນຢູ່ຂອງປະຊາຊົນບັນດາ ເຜົ່າ ແລ້ວນຳພາທ່ານເຂົ້າຊົມສູນພັດທະນາສີມືແຮງງານຂອງຄົນພິການ.
|
|
|
19:00ມ |
- ຮັບປະທານອາຫານຄ່ຳທີ່ຮ້ານອາຫານ,ແລ້ວເຂົ້າພັກທີ່ໂຮງແຮມ ຫລື ເລາະຊ໊ອບປິ້ງຕາມ ອັດທະຍາໄສກ່ອນ.
|
ມື້ 03 |
ຮາລອງເບ-ຮ່າໂນ້ຍ ( 155 ກມ) |
07:00ມ |
- ຫລັງອາຫານເຊົ້າ,ນຳພາຄະນະລົງເຮືອທ່ຽວຊົມອ່າວຮ່າລອງເບເພື່ອສຳຜັດກັບບັນຍາ ກາດທີ່ແສນໂຣແມນຕິກທີ່ຫາບ່ອນໃດບໍ່ມີຄືອີກແລ້ວ.
|
12.00ມ |
- ຮັບປະທານອານທ່ຽງເທີງເຮືອພ້ອມສຽງເພງບັນເລງໃຈປະສານກັບສາຍນ້ຳໄສ”ຫາຄວາມສຸກອື່ນໃດເທົ່າ”.ເຖີງເວລາພໍສົມຄວນແລ້ວກັບຂື້ນຝັ່ງ,ເດີນທາງສູ່ ນະຄອນຫລວງຮ່າໂນ້ຍ,ລະຫວ່າງທາງແວະຊື້ຂະໜົມແລະ ຂອງຕ້ອນຕ່າງໆຕາມອັດທະຍາໄສ ເຂົ້າພັກທີ່ໂຮງແຮມເພື່ອທຳທຸລະສ່ວນຕົວ.
|
19:00ມ |
- ຮັບປະທານອຫານຄ່ຳທີ່ຮ້ານອາຫານໃນຕົວເມືອງ,ແລ້ວນຳພາທ່ານໄປຊົມການສະແດງ ຫຸ່ນກະບອກນ້ຳ ທີ່ບັນຍາຍເຖີງຊີວິດການເປັນຢູ່ຂອງປະຊາຊົນ ຫວຽດນາມ,ຫລັງຈາກນັ້ນ,ຍ່າງເລາະຊ໊ອບປິ້ງຕາມຖະໜົນ18ສາຍຕາມອັດທະຍາໄສ ກັບທີ່ພັກເດີມ.
|
ມື້ 04 |
ຮ່າໂນ້ຍ-ເມືອງວິ່ງ ( 279 ກມ) |
08:00ມ |
- ຫລັງຮັບປະທານອາຫານເຊົ້າ,ເດີນທາງທ່ຽວຊົມ ສຸສານປະທານໂຮຈິມີນ ແລະວັດເສົາດຽວທີ່ມີຄວາມສວຍງາມຢ່າງເປັນເອກະລັກທາງດ້ານສິລະປະກຳ.
- ຫລັງຮັບປະທານອາຫານເຊົ້າ,ເດີນທາງທ່ຽວຊົມ ສຸສານປະທານໂຮຈິມີນ ແລະ ວັດເສົາດຽວ ທີ່ມີຄວາມສວຍງາມຢ່າງເປັນເອກະລັກທາງດ້ານສິລະປະກຳ.
|
|
|
12.00ມ |
- ຮັບປະທານອາຫານທ່ຽງທີ່ຮ້ານອາຫານໃນຕົວເມືອງແລ້ວເດີນທາງກັບສູ່ ເມືອງວິ່ງ
|
17:00ມ |
- ເຖີງເມືອງວິງ ແລະ ຮັບປະທານອາຫານໃນຕົວເມືອງແລ້ວເຂົ້າພັກທີ່ໂຮງແຮມ ທຸກທ່ານສາມາດທ່ຽວຊົມຕົວເມືອງຍາມລາຕີໄດ້ຕາມອັດທະຍາໄສ.ເຖີງເມືອງວິງ ແລະ ຮັບປະທານອາຫານໃນຕົວເມືອງແລ້ວ ເຂົ້າພັກທີ່ໂຮງແຮມ ທຸກທ່ານສາມາດທ່ຽວຊົມຕົວເມືອງຍາມລາຕີໄດ້ຕາມອັດທະຍາໄສ.
|
ມື້ 05 |
ເມືອງວິ່ງ-ນະຄອນຫລວງວຽງຈັນ ( 499 ກມ ) |
07:00ມ |
- ຫລັງອາຫານເຊົ້າ,ນຳຄະນະທົວເດີນທາງກັບສູ່ ນະຄອນຫລວງວຽງຈັນ,ຕະຫລອດການເດີນທາງທ່ານຈະໄດ້ຊົມຄວາມງາມຂອງທຳມະຊາດ ແລະ ວິຖີການດຳລົງຊີວິດຂອງ ປະ ຊາຊົນບັນດາເຜົ່າໃນແຕ່ລະເຂດທີ່ແຕກຕ່າງກັນ ແວະຖ່າຍຮູບລວມໝູ່ເປັນທີ່ລະນຶກທີ່ຈຸດ ຊົມວິວພູສາມໜໍ່ ເຊີ່ງໄດ້ສາຍາວ່າ”ກູຍຫລີນແຫ່ງເມືອງລາວ”
|
12.00ມ |
- ແວະຮັບປະທານອາຫານທ່ຽງທີ່ຮ້ານອາຫານເມືອງຫລັກຊາວ
- ເດີນທາງຕໍ່ຈົນກວ່າຈະເຖີງ ນະຄອນຫລວງວຽງຈັນ ແລະສົ່ງຄະນະທົວທີ່ຈຸດເດີມດວ້ຍຄວາມສະຫວັດດີພາບ.
|
|
|